Featured

ຍິນດີຕ້ອນຮັບທ່ານສູ່ ໄວໜຸ່ມລາວ

ພວກເຮົາ ໄດ້ລວບລວມຂໍ້ມູນ ດ້ານການເຊື່ອມໂຍງ, ການເຄື່ອນໄຫວ, ການສົ່ງເສີມວຽກງານໄວໜຸ່ມ ໃນຂົງເຂດກະສິກໍາ ແລະ ປ່າໄມ້ແບບຍືນຍົງ ທີ່ທາງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງຕ່າງໆໄດ້ສົ່ງເສີມ. ພ້ອມດຽວກັນນັ້ນ ພວກເຮົາຍັງໄດ້ເນັ້ນໃສ່ ການສົ່ງເສີມໄວໜຸ່ມຂອງໂຄງການ LURAS ແລະ ໂຄງການ SURAFCO ທີ່ໄດ້ຈັດຕັ້ງຢູ່ ວິທະຍາໄລກະສິກຳ ແລະ ປ່າໄມ້ ເຊິ່ງຂື້ນກັບກະຊວງກະສິກຳ ໃນປີ 2016 ເປັນຕົ້ນມາ.
ນອກນັ້ນ ຍັງໄດ້ເນັ້ນໃສ່ບົດຮຽນການຜັນຂະຫຍາຍວຽກງານສົ່ງເສີມໄວໜຸ່ມ ຢູ່ຊົນນະບົດ ທີ່ໄດ້ຮ່ວມມືກັບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຢູ່ 4 ແຂວງຄື: ຊຽງຂວາງ, ຫົວພັນ, ຫລວງພະບາງ ແລະ ອຸດົມໄຊ.

ໂຄງການ LURAS ໄດ້ ເລີ່ມຈັດຕັ້ງປະຕິບັດ ກິດຈະກໍາໃນການສົ່ງເສີມໄວໜຸ່ມ ມາແຕ່ປີ 2016 ແລະ ຈະດໍາເນີນໄປເຖິງ ປີ 2025, ເຊິ່ງໄດ້ຮັບການສະໜັບສະໜູນທຶນໂດຍ ອົງການຮ່ວມມືເພື່ອການພັດທະນາຂອງປະເທດສະວິດສ (SDC).
 
ຫວັງຢ່າງຍິ່ງວ່າຂໍ້ມູນທີ່ມີຢູ່ໃນເວບໄຊທນີ້ຈະເປັນປະໂຫຍດໃຫ້ກັບບັນດາທ່ານ. ສຳລັບຂໍ້ມູນເພີ່ມເຕີມສາມາດສອບຖາມຈາກພວກເຮົາໄດ້ທີ່ນີ້.

ຕັ້ງຄ້າຍການແລກປ່ຽນຊາວກະສິກອນໄວໜຸ່ມ (Future Farmer camp) ຄັ້ງວັນທີ່ 16-20 ມັງກອນ 2023

Nineteen young farmers from Houaphan recently participated at a ‘Future Farmers Camp’ in Luang Prabang. The camp was held at the Technical Service Centre under the Ministry of Agriculture and Forestry (MAF), where the youth learned about entrepreneurship, climate adaptation and community development. Visits to organic farms and the Kuangsi falls were included in the program, along with educational games, discussions, and plenty of fresh air!. 

ເມື່ອບໍ່ດົນມານີ້, ຊາວກະສິກອນໜຸ່ມຈາກແຂວງຫົວພັນ 19 ຄົນ ໄດ້ເຂົ້າຮ່ວມ “ການຕັ້ງຄ້າຍການແລກປ່ຽນຊາວກະສິກອນໄວໜຸ່ມ” ທີ່ຈັດຂື້ນຢູ່ທີ່ສູນເຕັກນິກກະສິກຳ ແຂວງຫຼວງພະບາງ ເພື່ອຮຽນຮູ້ກ່ຽວກັບການເປັນຜູ້ປະກອບການ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຊຸມຊົນ.  ໄວໜຸ່ມ ຍັງໄດ້ລົງຢ້ຽມຢາມຝາມກະສິກຳສະອາດ ແລະ ຕາດກວາງຊີ ພ້ອມທັງໄດ້ຮຽນຮູ້ຜ່ານການຫຼິ້ນເກມ ແລະ ການສົນທະນາແລກປ່ຽນຄໍາຄິດເຫັນ ພາຍໃຕ້ອາກາດສົດຊື່ນ. 

The next Future Farmer Camp will be held for youth from Luang Prabang, after which groups from Oudomxay and Xieng Khuang will have the same opportunity. These are fun events that provide rural youth with skills they need to overcome the challenges faced by their communities and contribute to the Government goal of ‘Green and Sustainable Agriculture’.

ການຕັ້ງຄ້າຍໃນຄັ້ງຕໍ່ໄປ ແມ່ນສໍາລັບໄວໜຸ່ມທີ່ມາຈາກແຂວງຫຼວງພະບາງ ແລະຫຼັງຈາກນັ້ນ ໄວໜຸ່ມຈາກແຂວງ ອຸດົມໄຊ ແລະ ແຂວງຊຽງຂວາງ ກໍ່ຈະໄດ້ຮັບໂອກາດເຂົ້າຮ່ວມຄ້າຍຄືກັນໃນຄັ້ງນີ້ເຊັ່ນກັນ.  ການຕັ້ງຄ້າຍດັ່ງກ່າວນອກຈາກເຕັມໄປດ້ວຍຄວາມມ່ວນຊື່ນແລ້ວ ໄວໜຸ່ມຍັງໄດ້ຮຽນຮູ້ທັກສະ ທີ່ຈໍາເປັນເພື່ອຮັບມືກັບສິ່ງທ້າທາຍທີ່ຈະເກີດຂື້ນໃນຊຸມຊົນຂອງເຂົາເຈົ້າ ແລະ ເພື່ອປະກອບສ່ວນໃນການບັນລຸເປົ້າໝາຍຂອງລັດຖະບານ ກ່ຽວກັບ ‘ກະສິກຳສີຂຽວ ແລະຍືນຍົງ’

ງານແລກປ່ຽນປະສົບການສໍາລັບນັກທຸລະກິດ 2022, Katalyst Business Mastery 2022

ລົງທະບຽນເຂົ້າຮ່ວມງານ KBM2022, ທີ່ລິ້ງ: https://forms.gle/e2kCV8Uh5FBKVoF56

Katalyst Business Mastery 2022, ແມ່ນຈັດຂຶ້ນໃນ ວັນທີ 26-27/11/2022 ໄດ້ລວບລວມເອົານັກທຸລະກິດແຖວໜ້າ ຈາກທຸກຂະແໜງການທຸລະກິດ ໃນ ສປປ ລາວ ແລະ ຍັງລວບລວມເອົາຄວາມຮູ້, Trend ທຸລະກິດໃໝ່ທີ່ສົດໆຮ້ອນໆຂອງປີນີ້ ມາໄວ້ທີ່ງານນີ້ເທົ່ານັ້ນ! ພາຍໃຕ້ Concept: ” ຄົບຈົບໃນງານດຽວ ສໍາລັບຜູ້ປະກອບການ 2022 “

Business Mastery ງານມະຫາກຳລວມຕົວ ຫຼາກຫຼາຍທຸລະກິດ​ ພົບກັບວິທະຍາກອນ (Speaker) ຫຼາຍກວ່າ 20 ທ່ານ, ໃນງານ Business Mastery ບັນດາຜູ້ປະກອບການທຸລະກິດຂະໜາດນ້ອຍ, ກາງ ແລະ ໃຫຍ່ ໄດ້ຮຽນຮູ້ກ່ຽວກັບການນໍາໃຊ້ບັນດາເຄື່ອງມື ແລະ ກົນລະຍຸດຕ່າງໆ, ທີ່ຈະຊ່ວຍໃຫ້ເຂົາເຈົ້າເພີ່ມໃນດ້ານ:

  • ເພີ່ມຖານລູກຄ້າ
  • ຂະຫຍາຍການຕະຫຼາດ
  • ຮູ້ວິທີການສ້າງ ແລະ ປັບໃຊ້ນະວັດຕະກໍາແບບໃໝ່
  • ເຂົ້າໃຈການເງິນ ທ່ານກໍຈັດການທຸລະກິດຂອງທ່ານໄດ້
  • ເພີ່ມສັກກະຍະພາບ ໃຫ້ທຸລະກິດທ່ານເຂັ້ມແຂງ
  • ສ້າງແຜນວາດທຸລະກິດ ເພື່ອເປັນແນວທາງໃຫ້ທຸລະກິດຂອງທ່ານໃນໄລຍະຕໍ່ໜ້າ 6-12 ເດືອນ
  • ໄດ້ຮັບຂໍ້ມູນເລິກເຊິ່ງ ຈາກຜູ້ປະກອບການຊັ້ນນຳລະດັບປະເທດ
  • 96% ຂອງທຸລະກິດລົ້ມລະລາຍພາຍໃນເວລາ 10ປີ – ເຫຼືອພຽງ 4% ເທົ່ານັ້ນທີ່ຢູ່ລອດ, ເຮົາຈະພາທ່ານເປັນໜຶ່ງໃນ 4% ນັ້ນ.

ສາມາດຕິດຕາມພວກເຮົາໄດ້ທີ່ Facebook: Katalyst Partners
ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:

– ໂທ: 020 58944486

– ອີເມວ: info@katalyst-partners.

ການສ້າງແຜນງົບປະມານ

ສະບາຍດີ ໃກ້ຈະໝົດເຂດ ກຳນົດຂອງໂຄງການ “ກັບບ້ານກັນ” ນ້ອງໆຮູ້ວິທີການກະກຽມແຜນງົບປະມານແລ້ວ ຫຼື ຍັງ?

ນອກຈາກເລື່ອງການຂຽນແຜນໂຄງການແລ້ວ ກະຍັງມີແຜນການເງິນ ຫຼື ແຜນງົບປະມານ ທີ່ຍັງເຮັດໃຫ້ນ້ອງໆບາງຄົນເຈັບຫົວ!

ເຖິງຫົວຈະປວດປານໃດກະຕາມ ເຮົາກະຍັງຢາກສອນໃຫ້ມັນງ່າຍໆ ໃຫ້ກັບນ້ອງໆທີ່ວ່າສົນໃຈຢາກເລີ່ມເຮັດໂຄງການ. ທາງເຮົາມີເທັກນິກງ່າຍໆໃນການຂຶ້ນແຜນການເງິນ ວ່າຕ້ອງໄດ້ຄຳນຶງເຖິງຫຍັງແນ່

ການຂຶ້ນແຜນການເງິນຫຼັກໆແມ່ນ:

– ຕ້ອງມີແຜນກິດຈະກຳ ແລະ ເວລາໃນການລົງໄປເຮັດແຕ່ລະກິດຈະກຳ

– ເຮົາໃຊ້ຫຍັງແນ່ ໃນແຕ່ລະກິດຈະກຳ (ອີງຕາມແຜນກິດຈະກຳ)

– ພະຍາຍາມຫາລາຄາຕົວຈິງເພື່ອ ຫຼຸດຜ່ອນການຄາດເຄື່ອນຂອງແຜນງົບປະມານໃຫ້ຫຼາຍທີ່ສຸດ

ລວມໆແລ້ວການຂຶ້ນແຜນງົບປະມານ ແມ່ນຕ້ອງໄດ້ເຮັດໃຫ້ຮັດກຸມ ແລະ ລະອຽດທີ່ສຸດ. ໃຜຢາກລອງຂຽນ ຫຼື ຢາກເປັນຊຽນໃນການຂຶ້ນແຜນການເງິນ ສາມາດດາວໂຫຼດແຜນການເງິນສະບັບຫຍໍ້ໄປລອງເລີຍ https://shorturl.at/dAEV7

ຫຼື ໃຜຢາກຮູ້ແບບເລິກໆ ແບບເນັ້ນໆ ເຮົາກໍມີວີດີໂອແນະນຳໃຫ້ກັບຜູ້ທີ່ສົນໃຈຢາກຈະສຶກສາເພີ່ມ: https://www.facebook.com/KupBanKun/videos/547286743133953

ໂຄງການກັບບ້ານກັນ ປີທີ 6 ກັບມາແລ້ວ

ສະບາຍດີທຸກຄົນ, ສິ້ນສຸດການລໍຄອຍ! ທາງໂຄງການໄດ້ເປີດຮັບໄອເດຍໃນການເຮັດໂຄງການແລ້ວເດີ້. ໂຄງການ “ກັບບ້ານກັນ” ເປີດໃຫ້ນ້ອງໆໄດ້ສະໝັກແລ້ວ!!

ໂຄງການ “ກັບບ້ານກັນ” ເປັນໂຄງການທີ່ໃຫ້ທຶນຂະໜາດນ້ອຍກັບນ້ອງໆນັກສຶກສາບໍ່ວ່າຈະເປັນລະດັບວິຊາຊີບ, ວິທະຍາໄລ ແລະ ມະຫາວິທະຍາໄລ. ໄດ້ທົດລອງເຮັດໂຄງການທີ່ຕົນເອງໄດ້ຄິດເອງ, ສ້າງເອງ, ລົງມືປະຕິບັດເອງ, ຕິດຕາມ ແລະ ສະຫຼຸບໂຄງການດ້ວຍຕົວເອງ.

ເຊິ່ງທຶນຂະໜາດນ້ອຍນີ້ແມ່ນ 10.000.000 ກີບ/ທຶນ ມີຈຳນວນ 8 ທຶນ! ແລະ ທຶນຂະໜາດນ້ອຍອີກ 15.000.000 ກີບ/ທຶນ ມີຈຳນວນ 2 ທຶນ ສຳຫຼັບ Alumni ຫຼື ຜູ້ທີ່ເຄີຍໄດ້ຮັບທຶນຈາກໂຄງການ ”ກັບບ້ານກັນ”

ນອກຈາກນີ້, ພວກເຮົາຍັງໄດ້ມີການຈັດຝຶກອົບຮົມສອນກ່ຽວກັບການສ້າງແຜນກິດຈະກຳ, ແຜນງົບປະມານ ແລະເຄື່ອງມືຕ່າງໆທີ່ໃຊ້ໃນຂະບວນການສ້າງແຜນໂຄງການ ສຳລັບຜູ້ທີ່ຕ້ອງການ. ຖ້າບໍ່ມີປະສົບການ ຫຼື ບໍ່ເຄີຍເຮັດໂຄງການມາກ່ອນ ບໍ່ເປັນຫຍັງພວກເຮົາຊ່ວຍນ້ອງໆໄດ້!!

ເງື່ອນໄຂໃນການສະໝັກໂຄງການ:

  • ພາຍໃນກຸ່ມຕ້ອງມີສະມາຊິກຢ່າງຕໍ່າ 2 ຄົນ, ຄົນໜຶ່ງເປັນຄົນນະຄອນຫຼວງ ແລະ ອີກຄົນແມ່ນມາຈາກຕ່າງແຂວງ.
  • ພື້ນທີ່ໃນການເຮັດໂຄງການຕ້ອງເປັນພື້ນທີ່ນອກນະຄອນຫຼວງທີ່ເປັນບ້ານເກີດຂອງສະມາຊິກພາຍໃນກຸ່ມ
  • ຫາກພາຍໃນກຸ່ມມີສະມາຊິກທີ່ເປັນຄົນຊົນເຜົ່າ ຫຼື ແມ່ຍິງຈະພິຈາລະນາເປັນພິເສດ
  • ສາມາດດຳເນີນໂຄງການໃນຊ່ວງໄລຍະເດືອນ 1 – 4/2023
  • ສະມາຊິກທຸກຄົນຕ້ອງເປັນນັກສຶກສາລະດັບປະລິນຍາຕີລົງມາ ແລະ ມີອາຍຸໃນລະຫວ່າງ 18-25 ປີ ພວກເຮົາຈະມີການຈັດຝຶກອົບຮົມການສ້າງແຜນໂຄງການ ແລະ ແຜນງົບປະມານ ໃນວັນທີ 5-6/11/2022

ອ່ານເງື່ອນໄຂຄົບແລ້ວຖ້າຫຍັງຢູ່?

ສະໝັກເລີຍ!!ສາມາດສະໝັກຕາມລິ້ງນີ້ເລີຍ:https://forms.gle/eNDUTxbF4sWgqQrbA

ເຮົາຈະປິດຮັບສະໝັກແຜນໂຄງການສະບັບຫຍໍ້ແມ່ນວັນທີ 30/10/2022, ເວລາ 23:59 ເປະ!

ຖ້າສົນໃຈສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່:

030 5747 959 ຫ້ອງການສະເຕ່ວລ້າ

020 5882 7886 ບ່ອຍ

ຫຼື ສາມາດ Inbox ຖາມເຂົ້າໄປໃນເພຈ “ກັບບ້ານກັນ” ໄດ້ເລີຍ!

ວິດິໂອ ວິທີການລົງທະບຽນເຂົ້າຮຽນອອນລາຍ

ສຳລັບບັນດາທ່ານທີ່ຕ້ອງການລົງທະບຽນເຂົ້າຮຽນອອນລາຍຜ່ານເວັບໄຊທຂອງພວກເຮົາ ມີສອງວິທີຫຼັກໆຄື: ລົງທະບຽນຜ່ານ Facebook ແລະ ອີກວິທີຄື ການລົງທະບຽນຜ່ານ E-mail

ທາງພວກເຮົາມີວິດີໂດແນະນຳວິທີການລົງທະບຽນໃນການນຳໃຊ້ງ່າຍໆດ້ານລຸ່ມນີ້, ໄປຕິດຕາມນຳກັນເລີຍ!………..

ກອງປະຊຸມກວດແຜນທຸລະກິດໄວໜຸ່ມ ໃນກິດຈະກຳ AGREE ຄັ້ງວັນທີ 3-4 ຕຸລາ 2022

ວັນທີ 3 ຕຸລາ 2022 ຄະນະບໍລິຫານງານຊາວໜຸ່ມແຂວງ ຮ່ວມກັບ ໂຄງການບໍລິການ-ສົ່ງເສີມກະສິກຳຮອບດ້ານ (LURAS) ໄດ້ຈັດກອງປະຊຸມກວດແຜນທຸລະກິດໄວໜຸ່ມ ໃນກິດຈະກຳສົ່ງເສີມໄວໜຸ່ມໃຫ້ເຂົ້າເຖິງວຽກເຮັດງານທຳ ແລະ ເປັນຜູ້ປະກອບການລິເລີ່ມໃນຂະແໜງການກະສິກຳ (AGREE) ທີ່ສູນພັດທະນາວິຊາຊີບຊາວໜຸ່ມແຂວງ. ໂດຍມີຕາງໜ້າຈາກພາກສ່ວນ ຄະນະບໍລິຫານງານຊາວໜຸ່ມແຂວງ ຊຽງຂວາງ, ໂຄງການ LURAS ປະຈໍາແຂວງຊຽງຂວາງ, ຂະແໜງສົ່ງເສີມກະສິກຳ ແລະ ສະຫະກອນ, ຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວແມ່ນໄດ້ດຳເນີນເປັນເວລາສອງວັນ ແຕ່ວັນທີ 3-4 ຕຸລາ 2022.

ຈຸດປະສົງຂະກອງປະຊຸມຄັ້ງນີ້ແມ່ນ ເພື່ອກວດກາ ແລະ ຄັດເລືອກແຜນທຸລະກິດທີ່ຈະໄດ້ຮັບທຶນປະກອບສ່ວນຈາກໂຄງການ LURAS, ເຊິ່ງຄະນະກຳມະການຈາກ ພະແນກກະສິກຳ, ອຸດສາຫະກຳການຄ້າ, ໂຄງການ, ຊາວໜຸ່ມແຂວງ ແລະ ຕົວແທນຈາກຜູ້ປະກອບການ ໄດ້ປະເມີນ ແລະ ໃຫ້ຄະແນນ ຕໍ່ກັບ 22 ແຜນທຸລະກິດຂອງໄວໜຸ່ມ ແຂວງຊຽງຂວາງ ທີ່ໄດ້ພັດທະນາມາຈົນສໍາເລັດ ເພື່ອຊິງທຶນທຸລະກິດລິເລີ່ມຂອງຕົນ ແລະ ນໍາໄປປັບປຸງ ພັດທະນາກິດຈະການຂອງຕົນເອງ.

ໂຄງການກັບບ້ານກັນ ປີທີ6

ໂຄງການ “ກັບບ້ານກັນ” ແມ່ນໂຄງການທີ່ໃຫ້ທຶນຂະໜາດນ້ອຍແກ່ນັກສຶກສາທີ່ຢູ່ຮົ້ວມະຫາໄລຮຽນໃນລະດັບຊັ້ນວິທະຍາໄລ ຫຼື ມະຫາວິທະຍາໄລ ເພື່ອໄດ້ທິດລອງທາງ ເຮັດໂຄງການຂອງຕົນເອງ, ໂດຍມີເງື່ອນໄຂໃຫ້ນັກສຶກສາ ນະຄອນຫຼວງ ແລະ ຕ່າງແຂວງ ໄດ້ເຮັດໂຄງການໃດໜຶ່ງ ເພື່ອພັດທະນາບ້ານເກີດ ຕົນເອງ ຫຼື ຂອງໝູ່ຮ່ວມກັນ.

ໂຄງການ “ກັບບ້ານກັນ” ແມ່ນລິເລີ່ມດໍາເນີນມາແຕ່ປີ 2017 ຈົນເຖິງປັດຈຸບັນ ແລະ ໄດ້ໃຫ້ທຶນແກ່ນັກສຶກສາໃນການເຮັດໂຄງການພັດທະນາທັງໝົດ 43 ໂຄງການທົ່ວປະເທດ.

ໃນເທື່ອນີ້ກັບມາອີກແລ້ວ, ທີມງານໂຄງການກັບບ້ານກັນໄດ້ລົງໄປເຜີຍແຜ່ໂຄສະນາກ່ຽວກັບໂຄງການ “ກັບບ້ານກັນ ປີທີ6” ທີ່ ໂຮງຮຽນ ວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໃນວັນທີ 19 ກັນຍາ 2022 ທີ່ຜ່ານມາ. ນອກຈາກນີ້, ຍັງໄດ້ມີການຫຼິ້ນກິດຈະກຳ ແລະ ຖາມຕອບ ຮັບລາງວັນອີກດ້ວຍ.

ໃນເທື່ອຕໍ່ໄປເຮົາມາຕິດຕາມນຳກັນວ່າ ໂຄງການ “ກັບບ້ານກັນ” ຈະໄປເຜີຍແຜ່ທີ່ໂຮງຮຽນໃດ ແລະ ມີກິດຈະກຳໃດທີ່ໜ້າຕື່ນເຕັ້ນຫຍັງແນ່. ແລ້ວມາມ່ວນນໍາກັນ!

ຂໍ້ມູນຈາກ: ໂຄງການກັບບ້ານກັນ

ກອງປະຊຸມຜ່ານເນື້ອໃນຫຼັກສູດຝຶກອົບຮົມດ້ານຄວາມຮູ້ພື້ນຖານໃນການເຮັດທຸລະກິດກະສິກຳສໍາລັບຊາວກະສິກອນຂະໜາດນ້ອຍ

ໃນວັນທີ 23-24/8/2022 ທີ່ຜ່ານມາ ທາງທີມງານໂຄງການ ບໍລິການ-ສົ່ງເສີມກະສິກຳຮອບດ້ານ (LURAS) ຮ່ວມກັບ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ ໄດ້ຈັດກອງປະຊຸມທົບທວນ ເນື້ອໃນຫຼັກສູດຝຶກອົບຮົມດ້ານຄວາມຮູ້ພື້ນຖານໃນການເຮັດທຸລະກິດກະສິກຳສໍາລັບຊາວກະສິກອນຂະໜາດນ້ອຍ, ຈຸດປະສົງ ແມ່ນທົບທວນ, ປັບປຸງໃຫ້ຫຼັກສູດດັ່ງກ່າວເປັນສະບັບສົມບູນ ແລະ ນຳໃຊ້ໄດ້.

ໃນກອງປະຊຸມຄັ້ງນີ້ ບັນດາທີມງານ ໄດ້ຮ່ວມກັນພັດທະນາ ເນື້ອໃນຫຼັກສູດການຝຶກອົບຮົມດ້ານຄວາມຮູ້ພື້ນຖານ ໃນການເຮັດທຸລະກິດກະສິກຳສໍາລັບຊາວກະສິກອນຂະໜາດນ້ອຍ ໃຫ້ມີຄວາມສົມບູນ, ເພື່ອມອບໃຫ້ ເຄືອຂ່າຍຊາວກະສິກອນລາວ (LFN) ເປັນຜູ້ນຳໄປສືບຕໍ່ເຜີຍແຜ່ ແລະ ຊົມໃຊ້ຝຶກອົບຮົມໃຫ້ແກ່ສະມາຊິກ ໃນເຄືອຄ່າຍຊາວກະສິກອນຂອງຕົນເອງ ແລະ ນອກຈາກນັ້ນແມ່ນເພື່ອໃຫ້ມີຄວາມຮູ້, ທັກສະໃນການໄປຕໍ່ເຕີມ ພັດທະນາກິດຈະກຳຂອງຕົນເອງໃຫ້ດີຂື້ນກວ່າເກົ່າ.

ໂອກາດສຳລັບບັນດາໄວໝຸ່ມ ທີ່ຕ້ອງການເປັນສ່ວນໜຶ່ງໃນການປົກປັກຮັກສາທຳມະຊາດມາຮອດແລ້ວ

ສະບາຍດີ ບັນດາໄວໝຸ່ມທັງຫຼາຍ ທ່ານຕ້ອງການເປັນສ່ວນໜຶ່ງໃນການປົກປັກຮັກສາທຳມະຊາດບໍ?

ມາຮ່ວມຫຼິ້ນກິດຈະກຳນຳພວກເຮົາເລີຍ ທ່ານອາດຈະເປັນຜູ້ໂຊກດີ ລຸ້ນຮັບລາງວັນເງິນສົດ 1,410 ໂດລາ! ງ່າຍໆ ພຽງແຕ່ໂພສຮູບ ຫຼື ວິດີໂອ ຄວາມຍາວ 1-3 ນາທີ, ພ້ອມທັງຕອບຄຳຖາມຂ້າງລຸ່ມນີ້: 

✅  ທ່ານໃຫ້ຄວາມສຳຄັນກັບພືດ ຫຼື ສັດປ່າຊະນິດໃດໃນຊຸມຊົນຂອງທ່ານຫຼືບໍ່? ພວກເຮົາຢາກໄດ້ຍິນວ່າ ມັນມີຜົນກະທົບຕໍ່ຊີວິດປະຈໍາວັນຂອງທ່ານແນວໃດ! ເລົ່າໃຫ້ພວກເຮົາຟັງແດ່ວ່າ ຊີວິດຂອງທ່ານ ຫຼື ຂອງຄົນອື່ນໃນຊຸມຊົນຂອງທ່ານ ມັນມີຄວາມແຕກຕ່າງກັນຄືແນວໃດ ຖ້າບໍ່ມີມັນ. ຍ້ອນຫຍັງ ມັນຈຶ່ງມີຄວາມໝາຍຕໍ່ທ່ານຫຼາຍ. ບໍ່ວ່າຈະເປັນທາງດ້ານຄວາມເຊື່ອ, ດ້ານວັດທະນະທຳ, ນຳໃຊ້ເປັນອາຫານ ຫຼືື ສຳຫຼັບດ້ານສຸຂະພາບ, ຫຼື ທາງດ້ານ ສິລະປະ ແລະ ປະຫວັດສາດຂອງທ້ອງຖິ່ນ, ພຽງບອກໃຫ້ພວກເຮົາຮູ້ວ່າ ຍ້ອນຫຍັງມັນຈຶ່ງມີຄວາມພິເສດ! 

# ຢ່າລືມໃສ່ ແຮັສແທ໋ກ #ຄຸນຄ່າຂອງ ທຳມະຊາດ!  

✅  ວິທີການລົງທະບຽນການໃຊ້ແອັບ Goodwall 

https://www.youtube.com/channel/UCCCttZRAOWDytMFml7jvP3w

✅ ລິ້ງສຳລັບການເຂົ້າຮ່ວມ: 

https://www.goodwall.io/…/%E0%BA%84%E0%BA%B8%E0%BA%99…

✅ ວິທີສົ່ງວີດີໂອຂອງທ່ານເພື່ອເຂົ້າຮ່ວມລຸ້ນຮັບລາງວັນ: 

https://www.goodwall.io/posts/protectwater-2095bb9e…

✅ ນອກຈາກນີ້ ບັນດາປະເທດຕ່າງໆສາມາດເຂົ້າຮ່ວມໄດ້ເຊັ່ນ: Laos, Vietnam, Thailand, Cambodia, Myanmar, Philippines, Indonesia, Singapur,Malaysia, Brunei, Bangladesh, Bhutan. 

ໝົດເຂດ: ວັນທີ 31 ສິງຫາ 2022 ນີ້. 

ລາງວັນ: ເງິນສົດ 1,410 ໂດລາ ສໍາລັບຜູ້ຊະນະ 12 ທ່ານ. 

ສະຫນັບສະໜູນໂດຍ: ວິສ ອາຄາເດມີ (Wyss Academy)#ຄຸນຄ່າຂອງທຳມະຊາດ ເປັນສ່ວນໜຶ່ງຂອງໂຄງການ Green Together.  

ການຝຶກອົບຮົມຂຽນແຜນທຸລະກິດໃຫ້ແກ່ ໄວໜຸ່ມ ທີ່ແຂວງ ຫົວພັນ.

ໃນຕອນເຊົ້າຂອງວັນທີ 15 ສິງຫາ 2022 ສູນພັດທະນາວິຊາຊີບ ຄະນະບໍລິຫານງານຊາວໜຸ່ມ ແຂວງຫົວພັນຮ່ວມກັບໂຄງການ ບໍລິການ-ສົ່ງເສີມກະສິກໍາຮອບດ້ານ (LURAS) ໄດ້ເປີດພິທີ ການຝຶກອົບຮົມຂຽນແຜນທຸລະກິດ ໃນກິດຈະກໍາສົ່ງເສີມໄວໜຸ່ມເຂົ້າເຖິິງວຽກເຮັດງານທໍາ ແລະ ເປັນຜູ້ປະກອບການຂັ້ນລິເລີ່ມ ໃນຂະແໜງກະສິກໍາ ໂດຍການເຂົ້າຮ່ວມຂອງສະຫາຍ ນ. ແສງເພັດ ພິມມະນີ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະຮັບຜິດຊອບກິດຈະກໍາສົ່ງເສີມໄວໜຸ່ມ, ບັນດາອາຈານ ຈາກກຸ່ມສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ພ້ອມດ້ວຍໄວໜຸ່ມເຂົ້າຮ່ວມ.

ການຝຶກອົບຮົມແມ່ນຈະໄດ້ດຳເນີນເປັນເວລາ 5 ວັນ ນັບແຕ່ວັນທີ 15-19 ສິງຫາ 2022, ເຊິ່ງຈຸດປະສົງໃນການຝຶກອົບຮົມຄັ້ງນີ້ແມ່ນເພື່ອໃຫ້ໄວໜຸ່ມເຂົ້າໃຈ ແລະ ຮຽນຮູ້ວິທີການຂຽນແຜນທຸລະກິດຂອງຕົນເອງ.

ບົດຮຽນທີ່ໄວໜຸ່ມຈະໄດ້ຝຶກອົບຮົມ ແລະ ຮຽນຮູ້ແມ່ນລວມມີ: ແຜນທຸລະກິດ ພາກຄວາມຮູ້ດ້ານຂະແໜງການກະສິກຳ, ລົງເກັບກຳຂໍ້ມູນເພື່ອການຕະຫຼາດ (ປະເພດສິນຄ້າ, ລາຄາ ແລະ ສະພາບລວມ) ເພື່ອເຂົ້າໃຈເຖິງຄວາມຕ້ອງການຂອງຕະຫຼາດ ພ້ອມທັງໄດ້ຮູ້ຈັກກັບຜູ້ຊື້ ຫຼື ແມ່ຄ້າຂາຍສົ່ງ, ການສັງລວມຂໍ້ມູນທີ່ສຶກສາຈາກຕະຫຼາດນຳມາລົງໃນແຜນທຸລະກິດ, ການສ້າງປະຫວັດສິນຄ້າ ແລະ ທຸລະກິດ, ການຕັ້ງລາຄາສິນຄ້າ, ການຕະຫຼາດ ແລະ ການຕະຫຼາດອອນລາຍ ແລະ ລວມທັງພື້ນຖານການເງິນອີກດ້ວຍ.